ທຸກປະເທດຄວນຈະມີແຜນທີ່ດິຈິຕອນເປັນຂອງຕົນເອງ. ພວກເຮົາຢາກເປັນສ່ວນນຶ່ງໃນການສ້າງແຜນທີ່ດິຈິຕອນໃຫ້ເປັນຂອງຊາດ ໂດຍນໍາໃຊ້ຂໍ້ມູນທີ່ສໍາຫຼວດ ແລະ ເກັບກໍາມາໄດ້ເອງ ເພື່ອຄວາມຢືນຍົງ ແລະ ກຸ້ມຕົນເອງໄດ້. Global maps treat Laos as an edge case. We treat it as home — and half of everything on this map is here because someone went and looked.
ສິ່ງທີ່ພວກເຮົາຢືນຢັດWhat we stand for
ຢູ່ລາວ, ຖະໜົນຫຼາຍສາຍບໍ່ມີຊື່ ແລະ ເຮືອນສ່ວນຫຼາຍບໍ່ມີເລກທີ່. ແຜນທີ່ຈາກຕ່າງປະເທດຈຶ່ງມັກຈະຜິດ — ຮ້ານທີ່ປິດໄປແລ້ວຍັງຢູ່, ຮ້ານໃໝ່ບໍ່ມີ, ແລະ ທາງທີ່ນຳໄປນັ້ນບາງເທື່ອກໍບໍ່ມີຢູ່ຈິງ.
ພວກເຮົາບໍ່ໄດ້ຄັດລອກຂໍ້ມູນມາ. ພວກເຮົາຂັບໄປເບິ່ງ, ຖ່າຍຮູບ, ຖາມເຈົ້າຂອງຮ້ານ ແລະ ບັນທຶກມັນເອງ. ຂໍ້ມູນ ເກືອບເຄິ່ງໜຶ່ງຂອງແຜນທີ່ນີ້ ມາຈາກການສຳຫຼວດຂອງພວກເຮົາ ແລະ ຄູ່ຮ່ວມງານໃນທ້ອງຖິ່ນ.
ນີ້ບໍ່ແມ່ນພຽງແຕ່ຈຳນວນ — ມັນໝາຍຄວາມວ່າ ເມື່ອທ່ານຄົ້ນຫາ, ທ່ານພົບສິ່ງທີ່ມີຢູ່ຈິງ.
In Laos most streets have no name and most buildings have no number. Maps built from a distance get it wrong: shops that closed years ago are still listed, shops that opened last month are missing, and the road it routes you down sometimes isn't there.
We don't scrape this. We drive it, photograph it, ask the owner and record it ourselves. Nearly half this map comes from our own survey work and our local partners.
That isn't a vanity number. It's the difference between searching for something and actually finding it.
ນັບສົດຈາກຖານຂໍ້ມູນ Counted live from the database
ສິ່ງທີ່ພວກເຮົາສ້າງຂຶ້ນເອງOur own invention
ຢູ່ລາວ ຖະໜົນສ່ວນຫຼາຍບໍ່ມີຊື່ ແລະ ເຮືອນບໍ່ມີເລກທີ່. ພວກເຮົາຈຶ່ງໃຫ້ທຸກຈຸດໃນປະເທດ ມີລະຫັດຂອງມັນເອງ — ບອກລະຫັດດຽວ ແລ້ວຄົນສົ່ງເຄື່ອງໄປຮອດປະຕູບ້ານທ່ານພໍດີ. Most streets in Laos have no name and most buildings have no number. So we gave every point in the country its own code — say one code, and a delivery rider arrives at your door, not your neighbourhood.
ເພາະຄົນລາວຈື່ຮູບແບບນີ້ຢູ່ແລ້ວ. ຄວາມຍາວຄົງທີ່ສະເໝີ ຈຶ່ງບໍ່ຕ້ອງຈື່ວ່າຍາວເທົ່າໃດ — ຈື່ພຽງແຕ່ໂຄງສ້າງ. Because people here already remember this shape. The length never varies, so there is no "how long was it again" — only a structure.
ໜ້າບ້ານ, ປະຕູໂຮງງານ, ຫຼື ກາງທົ່ງນາ ກໍໄດ້. A front door, a factory gate, a spot in a field.
ຄິດໄລ່ໃນເຄື່ອງທັນທີ ບໍ່ຕ້ອງລໍຖ້າ ແລະ ໃຊ້ໄດ້ອອບໄລນ໌. Computed on the spot — no waiting, and it works offline.
ພິມລະຫັດໃສ່ຊ່ອງຄົ້ນຫາ ແລ້ວແຜນທີ່ພາໄປຮອດຈຸດນັ້ນເລີຍ. Typed into search, it lands on the exact square.
ສິ່ງທີ່ພວກເຮົາເຮັດໄດ້What it does
50,000+ ສະຖານທີ່ ພ້ອມຊື່ພາສາລາວ ແລະ ອັງກິດ, ຄົ້ນຫາໄດ້ທັງສອງພາສາ. 50,000+ places named in Lao and English, searchable in both.
ລະຫັດສັ້ນສຳລັບທຸກຈຸດ ໃນປະເທດທີ່ບໍ່ມີເລກທີ່ເຮືອນ. A short code for any point, in a country with no street numbers.
ບອກໄລຍະທາງລົດຂອງທ່ານ ແລ້ວພວກເຮົາຈັດຈຸດສາກໄຟໃຫ້ຕະຫຼອດເສັ້ນທາງ. Tell us your range; we place the charging stops along the way.
21 ເສັ້ນທາງ ພ້ອມປ້າຍຢຸດ ແລະ ວິທີໄປຮອດຈຸດໝາຍ. 21 routes with every stop, and how to reach where you're going.
ນຳທາງແບບ 3 ມິຕິ ພ້ອມສຽງບອກທາງ ພາສາລາວ, ອັງກິດ ແລະ ໄທ. 3D guidance with spoken directions in Lao, English and Thai.
ດາວໂຫຼດແຜນທີ່ໄວ້ກ່ອນ ທັງ 18 ແຂວງ — ໃຊ້ໄດ້ຕອນຂຶ້ນພູ ຫຼື ໄປຊົນນະບົດ. Download all 18 provinces ahead of time — for the mountains and the back roads.
ວາງແຜນເດີນທາງດ້ວຍ EVEV trip planning
ບອກພຽງແຕ່ໄລຍະທາງທີ່ລົດທ່ານແລ່ນໄດ້ ແລະ ຈຸດໝາຍ. ພວກເຮົາຄິດໄລ່ໃຫ້ວ່າຕ້ອງຈອດສາກຢູ່ໃສແດ່, ຮອດແຕ່ລະຈຸດເຫຼືອໄຟເທົ່າໃດ ແລະ ລະຫວ່າງລໍຖ້າສາກ ມີຫຍັງກິນຢູ່ໃກ້ໆ. Tell it how far your car goes and where you're heading. It works out where to stop, how much charge you'll have left at each one, and what there is to eat nearby while you wait.
ຕົວຢ່າງນີ້ແມ່ນຈຸດສາກ LOCA EV ຈິງ ຕາມເສັ້ນທາງເລກ 13. Every stop shown is a real LOCA EV site on Route 13.
ໄຟທີ່ເຫຼືອຢູ່ດຽວນີ້ ແລະ ໄລຍະເຕັມ. ເລືອກກຳລັງສາກ ຫຼື ຜູ້ໃຫ້ບໍລິການໄດ້. Charge now and full range. Filter by power or by network if you like.
ບອກວ່າຮອດແຕ່ລະຈຸດເຫຼືອໄຟເທົ່າໃດ ພ້ອມກັນໄວ້ບໍ່ໃຫ້ໄຟໝົດກາງທາງ. With the charge you'll arrive on, and a reserve it never spends.
ກົດປຸ່ມດຽວ ນຳທາງດ້ວຍສຽງ ຜ່ານທຸກຈຸດສາກຈົນຮອດປາຍທາງ. One button starts turn-by-turn through every stop to the destination.
ເຄືອຂ່າຍ EV ຂອງລາວThe Lao EV network
8 ເຄືອຂ່າຍໃນແຜນທີ່ດຽວ ພ້ອມກຳລັງສາກ ແລະ ຫົວສາກ — ນີ້ຄືສິ່ງທີ່ເຮັດໃຫ້ການວາງແຜນຂ້າງເທິງນັ້ນເປັນໄປໄດ້. ບໍ່ມີແອັບໃດແອັບໜຶ່ງ ຂອງຜູ້ໃຫ້ບໍລິການ ທີ່ເຫັນໄດ້ທັງໝົດແບບນີ້. Eight networks on one map, with power ratings and connector types. This is what makes the planning above possible — no single operator's own app can see the whole country.
ອອບໄລນ໌Offline
ຢູ່ພູ, ຕາມທາງຊົນນະບົດ ຫຼື ຂ້າມຊາຍແດນ — ສັນຍານຫາຍໄປ ແຕ່ແຜນທີ່ຍັງຢູ່. ດາວໂຫຼດແຂວງທີ່ຈະໄປໄວ້ກ່ອນ ແລ້ວແຜນທີ່, ການຄົ້ນຫາ ແລະ ທີ່ຢູ່ດິຈິຕອນ ຍັງໃຊ້ໄດ້ຄືເກົ່າ. In the mountains, on the back roads, across a border — the signal goes and the map stays. Download the province before you leave and the map, the search and the digital addresses all keep working.
ຂໍ້ມູນລົດຕິດຂອງລາວ ບໍ່ສາມາດຄິດໄລ່ຈາກຕ່າງປະເທດໄດ້ — ມັນຕ້ອງມາຈາກລົດທີ່ແລ່ນຢູ່ຖະໜົນເຫຼົ່ານັ້ນແທ້ໆ. ພວກເຮົາກຳລັງສ້າງມັນຈາກ ການເດີນທາງຂອງກຸ່ມລົດ LOCA ເອງ ໂດຍຮັກສາຄວາມເປັນສ່ວນຕົວເປັນອັນດັບໜຶ່ງ. Congestion in Vientiane cannot be modelled from abroad — it has to come from vehicles actually driving those roads. We're building it from LOCA's own fleet, with privacy designed in from the first line of code.
ແອັບມືຖືThe mobile app
ພາບຈາກແອັບຈິງ · ດາວໂຫຼດໄດ້ແລ້ວໃນ App Store ແລະ Google Play Real screens from the app · on the App Store and Google Play now
ແຜນທີ່, ການຄົ້ນຫາ, ການຄິດໄລ່ເສັ້ນທາງ ແລະ ຖານຂໍ້ມູນສະຖານທີ່ ລ້ວນເປັນຂອງພວກເຮົາເອງ. ນັ້ນໝາຍຄວາມວ່າ ພວກເຮົາແກ້ໄຂຂໍ້ຜິດພາດໄດ້ໃນມື້ດຽວ ບໍ່ຕ້ອງລໍຖ້າບໍລິສັດຕ່າງປະເທດ — ແລະ ຂໍ້ມູນຂອງລາວ ຍັງຄົງຢູ່ກັບລາວ. Tiles, search, routing and the place database are all ours. That means a wrong shop name is fixed the same day instead of waiting on a foreign corporation's queue — and Lao data stays with Laos.